ພາສາລາວ ພາສາອັງກິດ
...

Kaogee Cafe

est 2016

Kaogee Cafe

est 2016

ພຽງ 1 ກ້າວຍ່າງຈາກປະເທດລາວກໍໄປຮອດຝຣັ່ງໄດ້

ພົບກັບພວກເຮົາໄດ້ທີ່ →
coffee latte and matcha latte at kaogee cafe laos

ມາພ້ອມຄວາມຫຼົງໄຫຼທີ່ຈະມອບຄວາມສຸກໃຫ້ທ່ານ

ສຳຫລັບພວກເຮົາແລ້ວມັນບໍ່ແມ່ນພຽງແຕ່ກາເຟທຳມະດາໜຶ່ງຈອກ, ແຕ່ມັນແມ່ນຄວາມຕັ້ງໃຈຂອງພວກເຮົາ ພວກເຮົາຢາກມອບສິ່ງທີ່ດີທີ່ສຸດໃຫ້ກັບລູກຄ້າ ພ້ອມກັບຄວາມພູມໃຈໃນຄຸນະພາບຂອງກາເຟທຸກເມັດທຸກຈອກ. ຢູ່ທີ່ຮ້ານຂອງພວກເຮົາມີເສີບທັງອາຫານເຊົ້າ, ອາຫານທ່ຽງ ຫລື ອາຫານຄໍ່າໃນທ່າມກາງບັນຍາກາດທີ່ຜ່ອນຄາຍ ແລະ ເພີດເພີນ. ພວກເຮົາເສີບເຂົ້າໜົມແຂບໆທີ່ມິລົດຊາດ ແລະ ເອກະລັກແບບສະບັບຝຣັ່ງແທ້ໆໃຫ້ໄດ້ຊິມໂດຍທີ່ບໍ່ຈຳເປັນຕ້ອງໄປຮອດປະເທດຝຣັ່ງເລີຍ. ເປັນຫຍັງກາເຟຂອງເຮົາຈຶ່ງພິເສດ? ເພາະວ່າກາເຟຂອງຮ້ານພວກເຮົາແມ່ນໄດ້ປູກ ແລະ ເກັບກ່ຽວໃນປະເທດລາວ ຄືຈາກທ້ອງຖິ່ນທີ່ດີທີ່ສຸດໃນປາກຊ່ອງແລ້ວນໍາເຂົ້າມານະຄອນຫຼວງວຽງຈັນ ເພື່ອໃຫ້ທ່ານໄດ້ສຳຜັດ! ແບບກາເຟລົດຊາດຂອງລາວ ໃນບັນຍາກາດຄວາມຮູ້ສຶກສໍາຜັດແບບຢູໂຣບ

ອ່ານເພີມເຕີມ →
ເມນູຂອງພວກເຮົາ

ເມນູທີ່ນິຍົມ

ຄົວຊອງ

ຄົວຊອງທີ່ສົດໃຫມ່ ແລະ ຂະໜົມອື່ນໆແມ່ນພວກເຮົາອົບສົດໃຫມ່ທຸກເຊົ້າ. ຈະເປັນໄດ້ທັງອາຫານເຊົ້າທີ່ດີໃນມື້ທີ່ເລັ່ງດ່ວນກັບການເຮັັດວຽກ ແລະ ເປັນໄດ້ທັງຂອງຫວ່າງໃນແຕ່ລະວັນໄດ້

ເຂົາຈີ່

ແນ່ນອນວ່າ ເຂົ້າຈີ່ຂອງພວກເຮົາໄດ້ຮັບຄວາມນິຍົມຫລາຍ. ທ່ານສາມາດເລຶອກໄດ້ຫລາກຫລາຍເມນູຈາກເຂົ້າຈີ່ທີ່ສົດໃຫມ່ຂອງພວກເຮົາ

ອາເມຣິກາໂນ

ອາເມຣິກາໂນເຢັນ ເປັນສິງທີ່ດີທີ່ສຸດໃນມື້ທີ່ອາກາດຮ້ອນສຳຫລັບຂ້ອຍໃນປະເທດລາວ. ຖ້າທ່ານບໍ່ມັກປະເພດເຄື່ອງດື່ມເຢັນ ຂ້ອຍຄວນວ່າບໍ່ເປັນຍັງຫລອງອາເມຣິກາໂນຮ້ອນກະໄດ້, ຂ້ອຍຂໍແນະນຳໃຫ້ລອງ ອາເມຣິກາໂນຮ້ອນ

ຊາຂຽວ

ບໍ່ແມ່ນຄົນດື່ມກາເຟບໍ່? ຊາຂຽວລາເຕ້ເຢັນຂອງພວກເຮົາກໍເປັນອີກເມນູທີ່ໄດ້ຮັບຄວາມນິຍົມຈາກລູກຄ້າ. ລອງແລ້ວທ່ານຈະບໍ່ຜິດຫວັງ

ໂຊໂຊມີເດຍ

ເຂົາຫາເຮົາໄດ້ທີ່

Kaogee Le Triomphe

ປະຕູໄຊ ນະຄອນຫຼວງວັນຈັນ

ເປີດ ທຸກໆມື້

6:00am - 9:00pm

ຕິດຕໍ່ເຮົາ: 030 595-0000

ເສັ້ນທາງ →
google map of kaogee cafe located in vientiane laos